
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ໄຂຂຶ້ນ ແລະ ປິດລົງໃນວັນທີ 8 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 5 (ສຳນັກງານບ້ານຝາຍ), ໂດຍການເປັນທານຂອງສະຫາຍ ອະພິສິດ ແສງສຸລິວົງ , ກໍາມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທ່ານ ຈັນທະບູນ ສຸກອາລຸນ, ກຳມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ,

ໃນກອງປະຊຸມ ສະຫາຍ ເລຂາໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດ ໄດ້ກ່າວໄຂກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດ ຢ່າງເປັນທາງການ ແລະ ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ເພື່ອທົບທວນຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ III ຂອງຕົນ ຕະຫຼອດໄລຍະ 05 ປີທີ່ຜ່ານມາ ແລະ ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງປັບປຸງແກ້ໄຂ ລວມທັງບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາແຫ່ງການນໍາພາ-ຊີ້ນໍາ ໃນ 1 ສະໄໝຜ່ານມາ, ພ້ອມທັງ ກຳນົດທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານ ເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນຳຂອງໜ່ວຍພັກຕົນ ແຕ່ນີ້ ຮອດປີ 2030, ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ອຸດສາຫະກຳ ແລະ ການຄ້າ ຄັ້ງທີ VI ແລະ ແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ 05 ປີໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ສະຫາຍ ມ້ອນ ເພັດພູໄທ, ຮອງເລຂາໜ່ວຍພັກ ກໍໄດ້ຂຶ້ນຜ່ານ ຮ່າງບົດສຳຫຼວດການນຳພາລວມ ຕໍ່ທີ່ປະຊຸມ.

ກອງປະຊຸມ ໄດ້ດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບຂັ້ນຕອນຂອງພັກວາງອອກ ແລະ ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ເປັນເອກະພາບຕໍ່ຮ່າງລາຍງານການເມືອງ ແລະ ຮ່າງບົດສຳຫລວດການນຳພາລວມຂອງໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດ ແລະ ພ້ອມກັນທີ່ຈະຈັດຕັ້ງຜັນຂະຫຍາຍທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງນີ້.

ພາຍຫລັງການກ່າວອຳລາໜ້າທີ່ຂອງຄະນະໜ່ວຍພັກຮາກຖານຊຸດເກົ່າ, ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ໃນການເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດ ຄັ້ງທີ IV, ຊຶ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍ.
ຜົນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບ ແລະ ເລືອກເອົາຄະນະໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດ ຊຸດໃໝ່ ຈຳນວນ 5 ສະຫາຍ ລວມທັງເລຂາ, ຮອງເລຂາ ແລະ ປະທານກວດກາພັກ ປະກອບມີ:

1. ສະຫາຍ ອະພິສິດ ແສງສຸລິວົງ, ເປັນເລຂາໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດ.
2. ສະຫາຍ ມ້ອນ ເພັດພູໄທ, ເປັນຮອງເລຂາໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດ.
3. ສະຫາຍ ນາງ ຈັນມາລາ ເພັດລຳພັນ, ຄະນະໜ່ວຍພັກ.
4. ສະຫາຍ ວັນມີໄຊ ດວງພະຈັນ, ຄະນະໜ່ວຍພັກ.
5. ສະຫາຍ ອັກສອນ ຄຳສະຫວັດ, ຄະນະໜ່ວຍພັກ.
ກອງປະຊຸມ ໄດ້ແຕ່ງຕັ້ງປະທານ ແລະ ຮອງປະທານກວດກາພັກ ປະກອບມີ:
1. ສະຫາຍ ນາງ ຈັນມາລາ ເພັດລຳພັນ, ເປັນປະທານກວດກາພັກ.
2. ສະຫາຍ ວັນມີໄຊ ດວງພະຈັນ, ເປັນຮອງປະທານກວດກາພັກ.
3. ສະຫາຍ ນາງ ວົງປະດິດ ວົງສະຫວາດ, ເປັນຮອງປະທານກວດກາພັກ






