1.   ການຂຶ້ນທະບຽນວິສາຫະກິດ

  • ກົມທະບຽນວິສາຫະກິດ ໃຫ້ຂຶ້ນທະບຽນວິສາຫະກິດ ໃນທຸກຮູບການ ຫຼື ຮູບແບບວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງ;
  • ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ໃຫ້ຂຶ້ນທະບຽນວິສາຫະກິດ ໃນທຸກຮູບການ ຫຼື ຮູບແບບວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ ທີ່ມີສໍານັກງານຕັ້ງຢູ່ໃນແຂວງ, ນະຄອນຫຼວງ ຂອງຕົນ;
  • ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ໃຫ້ຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ ທີ່ມີສໍານັກງານຕັ້ງຢູ່ໃນເມືອງ, ນະຄອນ ຂອງຕົນ;
  • ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ, ນະຄອນຫຼວງ ໃຫ້ຂຶ້ນທະບຽນວິສາຫະກິດ ໃນທຸກຮູບການ ຫຼື ຮູບແບບວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ ທີ່ມີສໍານັກງານຕັ້ງຢູ່ໃນເຂດເສດຖະກິດພິເສດ ພາຍໃນແຂວງ, ນະຄອນຫຼວງ ຂອງຕົນ.

ສຳລັບ ທຸລະກິດທີ່ບໍ່ຈໍາເປັນຕ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຊຶ່ງເປັນກິດຈະການທີ່ຢູ່ພາຍໃຕ້ການຄຸ້ມຄອງ, ຕິດຕາມ, ກວດກາ ຂອງຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ເພື່ອດຳເນີນທຸລະກິດທົ່ວໄປ ແລະ ເປັນການສ້າງເງື່ອນໄຂສະດວກໃຫ້ປະຊາຊົນລາວບັນດາເຜົ່າ ຮຽນຮູ້ໃນການປະກອບທຸລະກິດດ້ວຍຕົນເອງຈາກນ້ອຍໄປຫາໃຫ່ຍ, ສ້າງວຽກເຮັດງານທຳ, ສ້າງລາຍໄດ້ທີ່ໝັ້ນຄົງ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຫັນໄປສູ່ແນວຄິດຄ້າຂາຍ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ.

ສຳລັບ ກຸ່ມບໍລິສັດ ແມ່ນການລວມຫຼາຍບໍລິສັດທີ່ມີສາຍພົວພັນກັນໃນຖານະນິຕິບຸກຄົນ ເພື່ອຮ່ວມກັນດໍາເນີນທຸລະກິດຕາມສັນຍາ ໃນກິດຈະການໃດໜຶ່ງ ແຕ່ບໍ່ຕ້ອງຂຶ້ນທະບຽນວິສາຫະກິດໃໝ່ ຊຶ່ງຄໍາວ່າ: “ກຸ່ມ” ແມ່ນສາມາດນໍາໃຊ້ເປັນຊື່ວິສາຫະກິດ ເພື່ອແຈ້ງຂຶ້ນ ຫຼື ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດໄດ້ ຕາມທີ່ໄດ້ກຳນົດໄວ້ໃນໂຣແມັງ IV ຂອງຄໍາແນະນໍາສະບັບນີ້. ສຳລັບ ສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງບໍລິສັດ ທີ່ປະກອບໃນກຸ່ມ ແມ່ນໃຫ້ປະຕິບັດຄືກັນກັບບໍລິສັດທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

2.    ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ

ຜູ້ທີ່ມີຈຸດປະສົງແຈ້ງຂຶ້ນທະບຽນວິສາຫະກິດ ສາມາດຍື່ນຄໍາຮ້ອງ ແລະ ເອກະສານປະກອບ ຕໍ່​ເຈົ້າ​ໜ້າ​ທີ່​ທະ ບຽນ​ວິ​ສາ​ຫະກິດ ດ້ວຍ ສອງ ວິທີ ດັ່ງນີ້:

  • ຍື່ນຄຳຮ້ອງ ແລະ ປະກອບເອກະສານ ຢູ່ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ;
  • ຍື່ນຄຳຮ້ອງ ແລະ ປະກອບເອກະສານ ຜ່ານທາງເອເລັກໂຕຣນິກ.

3.    ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ ຢູ່ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ

ກ. ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ

  ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ ແມ່ນການຍື່ນຄໍາຮ້ອງຕາມແບບພິມ ແລະ ເອກະສານປະກອບແຈ້ງຂຶ້ນທະບຽນວິສາຫະກິດ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຢູ່ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ.

ຂ. ເອກະສານປະກອບແຈ້ງຂຶ້ນທະບຽນວິສາຫະກິດ ມີດັ່ງນີ້:

  • ເອກະສານແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ:
  • ຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ ຕາມແບບພິມ;
  • ສຳເນົາ ບັດປະຈໍາຕົວ ຫຼື ປື້ມສຳມະໂນຄົວ ແລະ ສຳເນົາ ໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ ຍັງມີອາຍຸການນໍາໃຊ້.

ນອກຈາກ ເອກະສານທີ່ໄດ້ກຳນົດໄວ້ຂ້າງເທິງ ໃຫ້ປະກອບເອກະສານເພີ່ມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:

  • ຜູ້ຈັດການ ຫຼື ເຈົ້າຂອງວິສາຫະກິດ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບມອບສິດ ພ້ອມດ້ວຍ ສຳເນົາບັດປະຈໍາຕົວ ຫຼື ປື້ມສຳມະໂນຄົວ ແລະ ສຳເນົາໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນໍາໃຊ້ ຂອງ​ຜູ້​ທີ່ຖືກມອບໝາຍໃຫ້ພົວພັນ ກ່ຽວກັບການແຈ້ງຂຶ້ນທະບຽນວິສາຫະກິດ;
  • ຈ້າງບຸກຄົນພາຍນອກເປັນຜູ້ຈັດການ ຕ້ອງມີສັນຍາຈ້າງຜູ້ຈັດການ ຫຼື ໜັງສືແຕ່ງຕັ້ງຜູ້ຈັດການ.
  • ເອກະສານແຈ້ງຂຶ້ນທະບຽນວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ:
  • ຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຕາມແບບພິມ;
  • ສັນຍາສ້າງຕັ້ງວິສາຫະກິດ ຕາມແບບພິມ ຍົກເວັ້ນ ບໍລິສັດຈໍາກັດຜູ້ດຽວ;
  • ສຳເນົາ ບັດປະຈໍາຕົວ ຫຼື ປື້ມສຳມະໂນຄົວ ແລະ ສຳເນົາ ໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນໍາໃຊ້.

ນອກຈາກ ເອກະສານທີ່ໄດ້ກຳນົດໄວ້ຂ້າງເທິງ ແມ່ນໃຫ້ປະກອບເອກະສານເພີ່ມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:

  • ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ເປັນນິຕິບຸກຄົນ ຖ້າຜູ້ຈັດການ ຫຼື ຜູ້ອໍານວຍການຂອງນິຕິບຸກຄົນນັ້ນ ຫາກບໍ່ໄດ້ລົງລາຍເຊັນໃນສັນຍາສ້າງຕັ້ງວິສາຫະກິດ ຕ້ອງມີໜັງສືຕົກລົງແຕ່ງຕັ້ງໃຫ້ຜູ້ຕາງໜ້າເຊັນມີສິດເຊັນແທນໃນນາມຜູ້ຈັດການ ຫຼື ຜູ້ອໍານວຍການຂອງນິຕິບຸກຄົນນັ້ນ. ສຳລັບ ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ເປັນນິຕິບຸກຄົນ ທີ່ສ້າງຕັ້ງພາຍໃຕ້ກົດໝາຍຕ່າງປະເທດ ຕ້ອງມີສໍາເນົາໃບທະບຽນວິສາຫະກິດ ຫຼື ເອກະສານຢັ້ງຢືນການສ້າງຕັ້ງນິຕິບຸກຄົນ ລວມທັງລາຍຊື່ຜູ້ຈັດການ, ຜູ້ອຳນວຍການ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນຂອງນິຕິບຸກຄົນດັ່ງກ່າວ;
  • ຜູ້ຈັດການ, ຜູ້ອໍານວຍການ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບມອບສິດ ພ້ອມດ້ວຍ ສຳເນົາ ບັດປະຈໍາຕົວ ຫຼື ປື້ມສຳມະໂນຄົວ ແລະ ສຳເນົາ ໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນໍາໃຊ້ ຂອງ​ຜູ້​ທີ່ຖືກມອບໝາຍໃຫ້ພົວພັນກ່ຽວກັບການແຈ້ງຂຶ້ນທະບຽນວິສາຫະກິດ;
  • ບໍລິສັດຈໍາກັດຜູ້ດຽວ ຈ້າງບຸກຄົນພາຍນອກເປັນຜູ້ຈັດການ ຕ້ອງມີສັນຍາຈ້າງຜູ້ຈັດການ ຫຼື ໜັງສືແຕ່ງຕັ້ງຜູ້ຈັດການ;
  • ລັດລົງທຶນ ຕ້ອງມີຂໍ້ຕົກລົງກ່ຽວກັບການລົງທຶນຂອງລັດ ຕາມລະບຽບການຂອງຂະແໜງການເງິນ ຍົກເວັ້ນ ວິສາຫະກິດຮຸ້ນສ່ວນ.