1.    ການແຈ້ງຍຸບເລີກວິສາຫະກິດ

ວິສາຫະກິດ ທີ່ມີຈຸດປະສົງຍຸບເລີກວິສາຫະກິດ ໃຫ້ຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ບ່ອນທີ່ອອກໃບທະບຽນວິສາຫະກິດໃຫ້ຍົກເວັ້ນ ການຍຸບເລີກວິສາຫະກິດຕາມຄໍາຕັດສິນຂອງສານ.

ສຳລັບ ການແຈ້ງຍຸບເລີກວິສາຫະກິດຜ່ານທາງເອເລັກໂຕຣນິກ ໃຫ້ຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຜ່ານລະບົບທະບຽນວິສາຫະກິດ ດ້ວຍການນໍາໃຊ້ລະຫັດການນໍາໃຊ້ລະບົບ (User Register) ແລ້ວປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນຂໍ້ 2 ຫຼື ຂໍ້ 3 ໂຣແມັງ X ຂອງຄໍາແນະນໍາສະບັບນີ້.

2.    ການຍຸບເລີກວິສາຫະກິດສ່ວນບຸກຄົນ

  • ເອກະສານປະກອບ:
    • ຄໍາຮ້ອງແຈ້ງຍຸບເລີກວິສາຫະກິດ ຕາມແບບພິມ;
    • ໃບທະບຽນວິສາຫະກິດ ຕົ້ນສະບັບ ຍົກເວັ້ນ ການຍຸບເລີກວິສາຫະກິດຜ່ານທາງເອເລັກໂຕຣນິກ ຫຼື ເສຍຫາຍ;
    • ໃບຢັ້ງຢືນການຢຸດເຊົາກິດຈະການຖາວອນ ຫຼື ໃບຢັ້ງຢືນການສິ້ນສຸດເລກປະຈໍາຕົວຜູ້ເສຍອາກອນ ຈາກຂະແໜງການສ່ວຍສາອາກອນ ຫຼື ຂໍ້ຕົກລົງວ່າດ້ວຍການລົບລ້າງໜີ້ອາກອນ ຈາກລັດຖະມົນຕີ ກະຊວງການເງິນ;

ນອກຈາກ ເອກະສານທີ່ໄດ້ກຳນົດໄວ້ຂ້າງເທິງ ໃຫ້ປະກອບເອກະສານເພີ່ມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:

  • ການຍຸບເລີກຕາມຄໍາຕັດສິນຂອງສານ ຕ້ອງມີຄໍາສັ່ງປິດການປະຕິບັດຄໍາຕັດສິນຂອງສານ ຈາກຂະແໜງການຍຸຕິທໍາ;
  • ຈ້າງບຸກຄົນພາຍນອກເປັນຜູ້ຈັດການ ຕ້ອງມີໜັງ​ສື​ຕົກ​ລົງ​ເຫັນ​ດີ ຈາກເຈົ້າຂອງວິສາຫະກິດສ່ວນບຸກຄົນ;
  • ຜູ້ຈັດການ ຫຼື ເຈົ້າຂອງວິສາຫະກິດ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບມອບສິດ ພ້ອມດ້ວຍ ສຳເນົາ ບັດປະຈໍາຕົວ ຫຼື ປື້ມສຳມະໂນຄົວ ແລະ ສຳເນົາ ໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນໍາໃຊ້ ຂອງ​ຜູ້​ຮັບມອບສັນທະ ຫຼື ມອບສິດ.

2)      ຂັ້ນຕອນການຍຸບເລີກວິສາຫະກິດ

 ວິສາຫະກິດ ທີ່ມີຈຸດປະສົງຍຸບເລີກວິສາຫະກິດ ຕ້ອງດໍາເນີນການຊໍາລະສະສາງ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ພາຍຫຼັງສິ້ນສຸດການຊໍາລະສະສາງແລ້ວ ຕ້ອງແຈ້ງເຈົ້າໜ້າທີ່ທະບຽນວິສາຫະກິດ ເພື່ອພິຈາລະນາອອກແຈ້ງການກ່ຽວກັບການຍຸບເລີກວິສາຫະກິດ ແລະ ລຶບຊື່ວິສາຫະກິດອອກຈາກຖານຂໍ້ມູນວິສາຫະກິດແຫ່ງຊາດ ພ້ອມທັງແຈ້ງກ່ຽວກັບການລຶບຊື່ນັ້ນ ລົງເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ ພາຍໃນເວລາ ສາມວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານຍຸບເລີກວິສາຫະກິດ ຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນໄປ.

  1. ການຍຸບເລີກວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ
  • ເອກະສານປະກອບ:
    • ຄໍາຮ້ອງແຈ້ງຍຸບເລີກວິສາຫະກິດ ຕາມແບບພິມ;
    • ໃບທະບຽນວິສາຫະກິດ ຕົ້ນສະບັບ ຍົກເວັ້ນ ການຍຸບເລີກວິສາຫະກິດຜ່ານທາງເອເລັກໂຕຣນິກ ຫຼື ເສຍຫາຍ;
    • ໃບຢັ້ງຢືນການຢຸດເຊົາກິດຈະການຖາວອນ ຫຼື ໃບຢັ້ງຢືນການສິ້ນສຸດເລກປະຈໍາຕົວຜູ້ເສຍອາກອນ ຈາກຂະແໜງການສ່ວຍສາອາກອນ ຫຼື ຂໍ້ຕົກລົງວ່າດ້ວຍການລົບລ້າງໜີ້ອາກອນ ຈາກລັດຖະມົນຕີກະຊວງການເງິນ;
    • ຫຼັກຖານການແຈ້ງຜ່ານທາງສື່ມວນຊົນຄື: ແຈ້ງຜ່ານໜັງສືພິມ ຫຼື ເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ ຢ່າງໜ້ອຍ ສອງ ຄັ້ງ (ຄັ້ງທີໜຶ່ງ: ແຈ້ງກ່ຽວກັບການດຳເນີນການຍຸບເລີກວິສາຫະກິດ ແລະ ການແຕ່ງຕັ້ງຜູ້ຊໍາລະສະສາງ; ຄັ້ງທີສອງ: ແຈ້ງກ່ຽວກັບການສິ້ນສຸດການແບ່ງປັນຊັບສິນ ແລະ ການຊໍາລະສະສາງໜີ້ສິນ);
    • ໜັງສືຕົກລົງເຫັນດີ ຕາມແຕ່ລະຮູບການ, ຮູບແບບວິສາຫະກິດ ດັ່ງນີ້:
  • ວິສາຫະກິດຮຸ້ນສ່ວນ ຕ້ອງມີໜັງສືຕົກລົງເຫັນດີຂອງກອງປະຊຸມຂາຮຸ້ນ. ໃນກໍລະນີ ຂາຮຸ້ນທີ່ເປັນນິຕິບຸກຄົນ ຜູ້ທີ່ລົງລາຍເຊັນໃນໜັງສືຕົກລົງເຫັນດີຂອງກອງປະຊຸມຂາຮຸ້ນດັ່ງກ່າວ ຕ້ອງແມ່ນຜູ້ຈັດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີ່ີມີໜັງສືເປັນລາຍລັກອັກສອນ ຂອງນິຕິບຸກຄົນນັ້ນ;
  • ບໍລິສັດຈໍາກັດ ແລະ ບໍລິສັດມະຫາຊົນ ຕ້ອງມີມະຕິກອງປະຊຸມຜູ້ຖືຮຸ້ນ (ໃນກໍລະນີ ຜູ້ຖືຮຸ້ນທີ່ບໍ່ຖອກຮຸ້ນ ບໍ່ມີສິດລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນ). ໃນກໍລະນີ ຜູ້ຖືຮຸ້ນ ທີ່ເປັນນິຕິບຸກຄົນ ຜູ້ທີ່ລົງລາຍເຊັນໃນມະຕິກອງປະຊຸມຜູ້ຖືຮຸ້ນດັ່ງກ່າວ ຕ້ອງແມ່ນຜູ້ຈັດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີີ່ມີໜັງສືເປັນລາຍລັກອັກສອນ ຂອງນິຕິບຸກຄົນນັ້ນ;
  • ບໍລິສັດຈໍາກັດຜູ້ດຽວ ຕ້ອງມີໜັງສືຕົກລົງເຫັນດີ ຈາກຜູ້ຖືຮຸ້ນ ໃນກໍລະນີຈ້າງບຸກຄົນພາຍນອກເປັນຜູ້ຈັດການ;
  • ລັດວິສາຫະກິດ ຕ້ອງມີໜັງສືຢັ້ງຢືນການຍຸບເລີກວິສາຫະກິດ ຕາມລະບຽບການຂອງຂະແໜງການເງິນ.

ນອກຈາກ ເອກະສານທີ່ໄດ້ກຳນົດໄວ້ຂ້າງເທິງ ແມ່ນໃຫ້ປະກອບເອກະສານເພີ່ມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:

  • ການຍຸບເລີກຕາມຄໍາຕັດສິນຂອງສານ ຕ້ອງມີຄໍາສັ່ງປິດການປະຕິບັດຄໍາຕັດສິນຂອງສານ ຈາກຂະແໜງການຍຸຕິທໍາ;
  • ຜູ້ຈັດການ, ຜູ້ອໍານວຍການ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບມອບສິດ ພ້ອມດ້ວຍ ສຳເນົາ ບັດປະຈໍາຕົວ ຫຼື ປື້ມສຳມະໂນຄົວ ແລະ ສຳເນົາ ໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນໍາໃຊ້ ຂອງ​ຜູ້​ຮັບມອບສັນທະ ຫຼື ມອບສິດ.

2)      ຂັ້ນຕອນການຍຸບເລີກວິສາຫະກິດ

  • ວິສາຫະກິດ ທີ່ມີຈຸດປະສົງຍຸບເລີກວິສາຫະກິດ ຕ້ອງແຈ້ງການຍຸບເລີກນໍາເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ພາຍໃນ ສິບວັນລັດຖະການ ນັບແຕ່ວັນມີສາເຫດໃຫ້ຍຸບເລີກເປັນຕົ້ນໄປ ໂດຍນໍາເອົາໃບທະບຽນວິສາຫະກິດ ຕົ້ນສະບັບ ແລະ ໜັງສືຕົກລົງເຫັນດີ ຕາມແຕ່ລະຮູບການ, ຮູບແບບວິສາຫະກິດ. ພາຍຫຼັງໄດ້ຮັບແຈ້ງຈາກວິສາຫະກິດແລ້ວ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງປ່ຽນ​ແປງ​ສະ​ຖາ​ນະ​ຂອງວິ​ສາ​ຫະ​ກິດ​ ໃນ​ລະ​ບົບທະ​ບຽນ​ວິ​ສາ​ຫະ​ກິດ ເປັນສະຖານະ ກໍາລັງດຳເນີນການຍຸບເລີກວິສາຫະກິດ ພາຍໃນ ໜຶ່ງ ວັນລັດຖະການ ນັບແຕ່ວັນໄດ້ຮັບແຈ້ງ ເປັນຕົ້ນໄປ.
  • ວິສາຫະກິດ ດໍາເນີນການຊໍາລະສະສາງ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
  • ພາຍຫຼັງວິສາຫະກິດ ແຈ້ງກ່ຽວກັບການສິ້ນສຸດການຊໍາລະສະສາງແລ້ວ, ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງອອກແຈ້ງການກ່ຽວກັບການຍຸບເລີກວິສາຫະກິດ ແລະ ລຶບຊື່ວິສາຫະກິດອອກຈາກຖານຂໍ້ມູນວິສາຫະກິດແຫ່ງຊາດ ພ້ອມທັງແຈ້ງກ່ຽວກັບການລຶບຊື່ນັ້ນ ລົງເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ ພາຍໃນເວລາ ສາມວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານຍຸບເລີກວິສາຫະກິດ ຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນໄປ.

ໃນກໍລະນີ ວິສາຫະກິດ ຫາກໄດ້ດໍາເນີນການຊໍາລະສະສາງ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການແລ້ວ ແຕ່ບໍ່ໄດ້ແຈ້ງເຈົ້າໜ້າທີ່ທະບຽນວິສາຫະກິດເບື້ອງຕົ້ນ ແມ່ນໃຫ້ປະຕິບັດຕາມ ຂໍ້ (3) ຂ້າງເທິງນີ້.

4.    ຜົນຂອງການຍຸບເລີກວິສາຫະກິດ

  • ເຈົ້າຂອງວິສາຫະກິດສ່ວນບຸກຄົນ ບໍ່ສາມາດດຳເນີນທຸລະກິດໃນນາມວິສາຫະກິດສ່ວນບຸກຄົນ ນັບແຕ່ວັນທີ່ເຈົ້າໜ້າທີ່ທະບຽນວິສາຫະກິດ ອອກແຈ້ງການຍຸບເລີກວິສາຫະກິດເປັນຕົ້ນໄປ. ໃນກໍລະນີ ການຊໍາລະສະສາງບໍ່ຖືກຕ້ອງຕາມຄວາມເປັນຈິງ ຜູ້ຊໍາລະສະສາງ, ເຈົ້າຂອງວິສາຫະກິດ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການຊໍາລະສະສາງ ຕາມແຕ່ລະກໍລະນີ.
  • ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ສິ້້ນສຸດສະພາບຄວາມເປັນນິຕິບຸກຄົນ ນັບແຕ່ວັນເຈົ້າໜ້າທີ່ທະບຽນວິສາຫະກິດ ອອກແຈ້ງການກ່ຽວກັບການຍຸບເລີກວິສາຫະກິດເປັນຕົ້ນໄປ. ໃນກໍລະນີ ການຊໍາລະສະສາງບໍ່ຖືກຕ້ອງຕາມຄວາມເປັນຈິງ ຜູ້ຊໍາລະສະສາງ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ທີ່ກ່ຽວຂ້ອງ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການຊໍາລະສະສາງ ຕາມແຕ່ລະກໍລະນີ ພາຍໃນ ຫ້າ ປີ ນັບແຕ່ວັນເຈົ້າໜ້າທີ່ທະບຽນວິສາຫະກິດ ອອກແຈ້ງການກ່ຽວກັບການຍຸບເລີກວິສາຫະກິດ ເປັນຕົ້ນໄປ.

ຊື່ວິສາຫະກິດ ຈະຖືກຍຸບເລີກພ້ອມດຽວກັນກັບການຍຸບເລີກຂອງວິສາຫະກິດ. ໃນກໍລະນີ ຜູ້ທີ່ມີຈຸດ ປະສົງໃຊ້ຊື່ດັ່ງກ່າວ ສາມາດນໍາໃຊ້ ເພື່ອແຈ້ງຂຶ້ນ ຫຼື ປ່ຽນແປງເນື້ອໃນທະບຽນວິສາຫະກິດໄດ້.