ໃນຕອນເຊົ້າ ວັນທີ 25 ມີນາ 2025, ທີ່ ຫ້ອງປະຊຸມໃຫ່ຍ ຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ, ກົມທະບຽນວິສາຫະກິດ ກະຊວງ ອຄ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ (ຮ່າງ) ຂໍ້ຕົກລົງວ່າດ້ວຍທຶນຈົດທະບຽນວິສາຫະກິດ. ພາຍໃຕ້ການເປັນປະທານຂອງ ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນວິສາຫະກິດ ກະຊວງ ອຄ, ມີຕາງໜ້າຈາກບັນດາກະຊວງ, ບັນດາກົມພາຍໃນກະຊວງ ອຄ ພ້ອມດ້ວຍ ຄະນະຮັບຜິດຊອບ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ (ຮ່າງ) ຂໍ້ຕົກລົງວ່າດ້ວຍທຶນຈົດທະບຽນວິສາຫະກິດ ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍວິສາຫະກິດ, ຮັບປະກັນໃຫ້ທຶນຈົດທະບຽນວິສາຫະກິດ ມີຈິງ ແລະ ໃຫ້ເຈົ້າຂອງວິສາຫະກິດ, ຂາຮຸ້ນ ແລະ ຜູ້ຖືຮຸ້ນ ປະກອບທຶນໃຫ້ຄົບຖ້ວນ ຕາມຈໍານວນທຶນທີ່ແຈ້ງຈົດທະບຽນວິສາຫະກິດນໍາເຈົ້າໜ້າທີ່ທະບຽນວິສາຫະກິດ.
ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໃນທີ່ປະຊຸມ ໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ ຮ່າງ ຂໍ້ຕົກລົງດັ່ງກ່າວ ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ສົມບູນ ຊຶ່ງໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານກອງປະຊຸມ ມີຄຳເຫັນໃຫ້ຄະນະຮັບຜິດຊອບຄົ້ນຄວ້າ ນໍາເອົາຄຳເຫັນທັງໝົດ ໄປຄົ້ນຄວ້າປັບປຸງຄືນ ແລະ ສະເໜີໃຫ້ບັນດາຜູ້ຮ່ວມ ຍັງສາມາດປະກອບຄຳເຫັນເປັນລາຍລັກອັກສອນ ສົ່ງໃຫ້ຄະນະຮັບຜິດຊອບ ກ່ອນວັນທີ 31/03/2025 ນີ້.