ຮູບເວັບຂໍອະນຸຍາດ

  + 856 021 412011
  + 856 021 453865


 + 856 2055616270

 + 856 2058589001

           + 856 2054566669

ມື້ນີ້ມື້ນີ້29
ມື້ວານນີ້ມື້ວານນີ້407
ອາທິດນີ້ອາທິດນີ້2926
ເດືອນ​ນີ້ເດືອນ​ນີ້713
ທັງໝົດທັງໝົດ553093
  • 10
  • 07
  • 04
  • 03
  • 13
  • 15
  • 08
  • 18
  • 05
  • 06

 ກອງປະຊຸມອອນລາຍທົ່ວປະເທດ 2024

ໃນລະຫວ່າງວັນທີ 26 ກຸມພາ - 07 ມີນາ 2024, ກົມທະບຽນວິສາຫະກິດ,​ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານທະບຽນວິສາຫະກິດ ຕາມກົດໝາຍ ວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ປີ 2022 ໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດ ທົ່ວປະເທດ ພາຍໃຕ້ການເປັນປະທານຂອງທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງ ທັງໝົດ 371 ທ່ານ. ກອງປະຊຸມຝຶກອົບຮົມໄດ້ ຈັດຂຶ້ນ 04 ຄັ້ງ ໃນຮູບແບບທາງໄກ ຄື: 1) ໃນລະຫວ່າງວັນທີ 26 - 27 ກຸມພາ 2024 ສໍາລັບເຈົ້າໜ້າທີ່ທະບຽນວິສາຫະກິດ 04 ແຂວງພາກກາງ ຄື:  ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ​ ແລະ ສະຫວັນນະເຂດ; 2) ໃນລະຫວ່າງວັນທີ 29 ກຸມພາ - 01 ມີນາ 2024 ສໍາລັບເຈົ້າໜ້າທີ່ທະບຽນວິສາຫະກິດ 05 ແຂວງພາກເໜືອ  ຄື: ແຂວງ ໄຊຍະບູລີ, ບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາລີ ແລະ ອຸດົມໄຊ; 3) ໃນລະຫວ່າງວັນທີ 04 - 05 ມີນາ 2024 ສໍາລັບເຈົ້າໜ້າທີ່ທະບຽນວິສາຫະກິດ 04 ແຂວງພາກເໜືອ ຄື: ແຂວງ ຫຼວງພະບາງ,​ ຊຽງຂວາງ, ຫົວພັນ ແລະ ໄຊສົມບູນ; ແລະ  4) ໃນລະຫວ່າງວັນທີ 06 - 07 ມີນາ 2024 ສໍາລັບເຈົ້າໜ້າທີ່ທະບຽນວິສາຫະກິດ 04 ແຂວງພາກໃຕ້ ຄື:  ແຂວງ ສາລະວັນ,​ ເຊກອງ, ຈໍາປາສັກ ແລະ​ ອັດຕະປື.

ກອງປະຊຸມອອນລາຍທົ່ວປະເທດ3 2024

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຝຶກອົບຮົມ ນິຕິກໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນແຂວງ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ຂັ້ນເມືອງໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຖານຂໍ້ມູນທະບຽນວິສາຫະກິດ, ວຽກງານບໍລິການຂຶ້ນທະບຽນວິສາຫະກິດ, ວຽກງານປ່ຽນແປງເນື້ອໃນທະບຽນວິສາຫະກິດ, ການໂຈະການນໍາໃຊ້ໃບທະບຽນວິສາຫະກິດ ແລະ ການຍຸບເລີກວິສາຫະກິດ ຕາມກົດໝາຍ ວ່າດ້ວຍວິສາຫະກິດ (ສະບັບປັບປຸງ 2022), ນິຕິກໍາ ແລະ ບັນດາລະບຽບການ ທີ່ຕິດພັນກັບວຽກງານທະບຽນວິສາຫະກິດ ໃຫ້ເປັນເອກະພາບ ລະຫວ່າງສູນກາງ ແລະ ຂັ້ນທ້ອງຖິ່ນ.

ກອງປະຊຸມອອນລາຍທົ່ວປະເທດ4 2024

ໃນກອງປະຊຸມຄັ້ງນີ້ ທ່ານປະທານໄດ້ນຳສະເໜີເຫດຜົນໃນການປັບປຸງ ກົດໝາຍ ວ່າດ້ວຍວິສາຫະກິດ (ສະບັບປັບປຸງປີ 2022) ຊຶ່ງໄດ້ມີການປັບປຸງເນື້ອໃນຂອງບັນດາມາດຕາ ໃຫ້ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ແນໃສ່ອຳນວຍຄວາມສະດວກໃນການຂຶ້ນທະບຽນວິສາຫະກິດ ໂດຍໄດ້ແຍກຂັ້ນຕອນການເລີ່ມຕົ້ນອອກຈາກຂັ້ນຕອນການຂໍອະນຸຍາດດໍາເນີນທຸລະກິດ ແລະ ເພື່ອກ້າວໄປສູ່ການເພີ່ມຊ່ອງທາງການຂຶ້ນທະບຽນວິສາຫະກິດທາງເອເລັກໂຕຣນິກ. ກອງປະຊຸມຝຶກອົບຮົມ ໄດ້ລົງເລິກການບັນຍາຍ ແລະ ການນໍາໃຊ້ລະບົບວຽກງານທະບຽນວິສາຫະກິດໃນ 3 ຫົວຂໍ້ສໍາຄັນ ຄື: 1) ວຽກງານການຄຸ້ມຄອງຖານຂໍ້ມູນທະບຽນວິສາຫະກິດ ແລະ ການສາທິດການເຂົ້າໂປຣແກຣມທະບຽນວິສາຫະກິດ; 2) ວຽກງານບໍລິການຂຶ້ນທະບຽນວິສາຫະກິດ ແລະ ການນໍາໃຊ້ລະບົບໂປຣແກຣມທະບຽນວິສາຫະກິດ ທີ່ຕິດພັນກັບການຂຶ້ນທະບຽນວິສາຫະກິດ; ແລະ 3) ວຽກງານປ່ຽນແປງເນື້ອໃນທະບຽນວິສາຫະກິດ, ການໂຈະການນໍາໃຊ້ໃບທະບຽນວິສາຫະກິດ ແລະ ການຍຸບເລີກວິສາຫະກິດ, ແລະ ການນໍາໃຊ້ລະບົບໂປຣແກຣມທະບຽນວິສາຫະກິດ ທີ່ຕິດພັນກັບການປ່ຽນແປງເນື້ອໃນທະບຽນວິສາຫະກິດ. ໃນກອງປະຊຸມຝຶກອົບຮົມດັ່ງກ່າວ ນັກສຳມະນາກອນ ກໍໄດ້ມີການຖາມ-ຕອບ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ສະພາບຄວາມຫຍຸ້ງຍາກ ແລະ ຂໍ້ສະເໜີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ຂອງພະແນກອຸດສາຫະກຳ ແລະ ການຄ້າ ຂັ້ນແຂວງ ແລະ ຂັ້ນເມືອງ ໃນຂອບເຂດທົ່ວປະເທດ ຊຶ່ງເຕັມໄປດ້ວຍບັນຍາກາດຄຶກຄື້ນ ແລະ ກົງໄປກົງມາແບບວິຊາການ. ຜ່ານການຈັດຝຶກອົບຮົມດັ່ງກ່າວ ນັກສຳມະນາກອນສາມາດຮຽນຮູ້ ແລະ ເຂົ້າໃຈຫລາຍຂຶ້ນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນ ໂດຍໃຫ້ສອດຄ່ອງກັບນິຕິກຳດັ່ງກ່າວ ໃນປະຈຸບັນ.

ກອງປະຊຸມອອນລາຍທົ່ວປະເທດ5 2024

ກອງປະຊຸມຝຶກອົບຮົມຄັ້ງນີ້ ໄດ້ຮັບການຊ່ວຍເຫຼືອໂດຍ ໂຄງການ ສົ່ງເສີມສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນ ແລະ ການຄ້າ (ໂຄງການ LCT) ເຊີ່ງເປັນ ໂຄງການທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ ໂດຍມີເປົ້າໝາຍເພື່ອ​ຫຼຸດ­ຜ່ອນ ແລະ ລົບ​ລ້າງ​ອຸ­ປະ­ສັກ​ທີ່​ມີ​ຕໍ່​ການ​ເຕີບ​ໃຫ່​ຍ​ຂະ­ຫຍາຍ­ຕົວ​ຂອງ​ທຸ­ລະ​ກິດ ໂດຍ​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ວິ­ຊາ​ການ ແລະ ງົບ­ປະ­ມານ ເພື່ອ​ປັບ­ປຸງ​ສະ­ພາບ​ແວ້​ດ​ລ້ອມ​ດ້ານ​ລະ­ບຽບ​ກົດ­ໝາຍ, ຫຼຸດ­ຜ່ອນ​ຕົ້ນ​ທຶນ​ການ​ຄ້າ­ຂາຍ ແລະ ຍົກ​ລະ­ດັບ​ຄວາມ​ສາ­ມາດ​ການ​ແຂ່ງ­ຂັນ​ຂອງ​ໜ່ວຍ​ທຸ­ລະ​ກິດ.

ກອງປະຊຸມອອນລາຍທົ່ວປະເທດ7 2024

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ

ກົມສົ່ງເສີມການຄ້າ

ຈົດໝາຍເຫດທາງລັດຖະການ

ກົມສວຍສາອາກອນ

ການດຳເນີນທຸລະກິດ ໃນສປປ ລາວ


ໃບທະບຽນວິສາຫະກິດປັບປຸງໃໝ່