ໃນວັນທີ 23 ມິຖຸນາ 2022 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ,ຕາງໜ້າໂດຍ ທ່ານ ນາງ ວົງປະດິດ ວົງສະຫວາດ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ພ້ອມດ້ວຍກອງເລຂາ ສັງລວມປະເພດບັນຊີກິດຈະການທີ່ຕ້ອງຂໍອະນຸຍາດ ຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຊ່ຽວຊານປັບປຸງຂັ້ນຕອນການອອກໃບອະນຸ ຍາດດໍາເນີນທຸລະກິດ, ໄດ້ລົງເຮັດວຽກຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ , ເຊິ່ງມີ ຫົວໜ້າກົມຮອງຫົວໜ້າກົມ ແລະ ວິຊາການທີ່ຕິດພັນເຂົ້າຮ່ວມ, ຈຸດປະສົງໃນການລົງເຮັດວຽກໃນຄັ້ງນີ້ມີ 3ຈຸດປະສົງຄື:1.) ລົງເລິກປຶກສາຫາລືກ່ຽວກັບການປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດໃຫ້ສັ້ນກະທັດຮັດ, ຕັດຂັ້ນຕອນ,ຂັ້ນຂອດ ແລະ ເອກະສານທີ່ບໍ່ຈໍາເປັນອອກຈາກຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ 2.) ການກຳນົດບັນຊີບັນດາກິດຈະການທີ່ຕ້ອງຂໍອະນຸຍາດດໍາເນີນທຸລະກິດ 3.) ການປັບປຸງບັນດາບັນຊີຕ່າງໆເປັນຕົ້ນບັນຊີສະຫງວນ, ບັນຊີມີເງື່ອນໄຂ ແລະ ບັນຊີເກືອດຫ້າມ ຂອງຂະແໜງການທີ່ກ່ຽວຂ້ອງ, ນອກຈາກນີ້ຍັງຈະສືບຕໍ່ຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງໃຫ້ສໍາເລັດ