ພີທີເຊັນບົດບັນທຶກການເຊືອມຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ຖານຂໍ້ມູນລົງທຶນ ທີ່ຫ້ອງປະຊຸມຂອງ ກະຊວງແຜນການ ແລະ ການລົງທຶນ
ໃນວັນທີ 23 ກຸມພາ 2023 ໄດ້ມີພິທີເຊັນບົດບັນທຶກການເຊື່ອມຖານຂໍ້ມູນ ລະຫວ່າງ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶືນ, ໂດຍຕ່າງໜ້າລົງນາມຮ່ວມມືຖານຂໍ້ມູນວິສາຫະກິດແຫ່ງຊາດ ແມ່ນທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ຕ່າງໜ້າຝາຍ ຖານຂໍ້ມູນລົງທຶນແມ່ນທ່ານ ປອ ວັນທະນາ ນໍລິນທາ ຫົວໜ້າກົມ ສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ໂດຍໃຫ້ກຽດເປັນສັກຂີພິຍານໃນພິທີຄັ້ງນີ້ ມີທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມວິຊາການທັງສອງຝ່າຍກະໄດ້ເຂົ້າຮ່ວມ
ບົດບັນທຶກການຮ່ວມມືສະບັບນີ້ ມີຈຸດປະສົ່ງເພື່ອສ້າງກົນໄກປະສານງານ, ແລກປ່ຽນຂໍ້ມູນ ແລະ ອຳນວຍຄວາມສະດວກໃນການເຊື່ອມຕໍ່ລະບົບຖານຂໍ້ມູນລົງທຶນ ແລະ ຖານຂໍ້ມູນວິສາຫະກິດແຫ່ງຊາດ ທີ່ຕິດພັນກັບການອະນຸຍາດລົງທຶນສຳປະທານ ແລະ ຂໍ້ມູນທະບຽນວິສາຫະກິດ