ຮູບເວັບຂໍອະນຸຍາດ

   856 021 412011
   856 021 453865


  856 2093820604

ມື້ນີ້ມື້ນີ້41
ມື້ວານນີ້ມື້ວານນີ້310
ອາທິດນີ້ອາທິດນີ້1828
ເດືອນ​ນີ້ເດືອນ​ນີ້351
ທັງໝົດທັງໝົດ408781
  • 10
  • 07
  • 01
  • 04
  • 03
  • 13
  • 15
  • 14
  • 08
  • 19
  • 18
  • 05
  • 06

ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ ປີ 2023 ທີ່ ໂຮງແຮມ ລາວ ພລາຊ່າ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດໍາເນີນທຸລະກິດ ເພື່ອຊ່ວຍພາກລັດ ແລະ ເອກະຊົນຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນດ້ານລະບຽບການດຳເນີນທຸລະກິດ ໃນ ສປປ ລາວ ໄດ້ຢ່າງສະດວກ, ງ່າຍດາຍ, ປະຢັດເວລາ ແລະ ຫລຸດຄວາມຫຍຸ້ງຍາກທີ່ຕ້ອງເຂົ້າໄປຂໍຂໍ້ມູນດ້ວຍຕົນເອງນຳຂະແໜງການກ່ຽວຂ້ອງ.

ຮູບທ່ານປະທານ

ພິທີດັ່ງກ່າວໄດ້ໃຫ້ກຽດເປັນປະທານ ແລະ ໃຫ້ກຽດຕັດແຖບຜ້າ ເປີດງານ ໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປອ. ໄຊບັນດິດ ລາດຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ແລະ ທ່ານ ນາງ ເມລີດ ຈູດສ໌ ຜູ້ຕາງໜ້າຈາກທະນາຄານໂລກ , ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມຈາກບັນດາຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ, ທ່ານທູດຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຄະນະປະສານງານປັບປຸງໃບອະນຸຍາດດໍາເນີນທຸລະກິດຈາກທຸກຂະແໜງການ, ຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ພາກທຸລະກິດ ແລະ ພະນັກງານຂອງກົມ ທຄວ ທັງໝົດຈໍານວນ 150 ທ່ານ .

ຮູບທ່ານຫົວໜ້າກົມມີຄຳເຫັນ  

ເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ www.bned.moic.gov.la ເປັນຖານເກັບກຳ ແລະ ສະໜອງຂໍ້ມູນທາງອອນລາຍກ່ຽວກັບລະບຽບການໃບຂໍອະນຸຍາດດຳເນີນທຸລະກິດ, ໃບຢັ້ງຢືນ, ໃບອະນຸຍາດອື່ນໆທີ່ຕ້ອງໄດ້ຂໍຈາກຂະແໜງການ ແລະ ໜ່ວຍງານຮັບຜິດຊອບ ເຊິ່ງໄດ້ບັນຈຸສັງລວມບັນດານິຕິກຳ, ລະບຽບການ,​ຂັ້ນຕອນ, ກຳນົດເວລາ, ຄ່າໃຊ້ຈ່າຍ, ເອກະສານປະກອບ ແລະ ບັນຊີກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດຂອງທຸກຂະແໜງການ.

ຮູບລວມ

ເວັບໄຊຖານຂໍ້ມູນ ຈະມີຜົນຍາວນານ ແລະ ສະໜອງໂອກາດທີ່ດີໃນການປັບປຸງສະພາບການດຳເນີນທຸລະກິດ ແລະ ສ້າງຄວາມສຳພັນທີ່ດີຂຶ້ນລະຫວ່າງປະຊາຊົນ ແລະ ລັດຖະບານ, ສ້າງຄວາມເຊື່ອໝັ້ນ ແລະ ມີມູມມອງທີ່ດີຂຶ້ນຕໍ່ກັບການບໍລິການຂອງພາກລັດ.

“ການປັບປຸງລະບົບອອກໃບອະນຸຍາດໃຫ້ວ່ອງໄວ ແລະ ງ່າຍດາຍຂຶ້ນ ເປັນການປ່ຽນແປງ ທີ່ສຳຄັນເພື່ອຊ່ວຍ ພາກທຸລະກິດ ໃຫ້ເຕີບໂຕ ແລະ ກ້າວໜ້າຂຶ້ນ. ເວັບໄຊ ຍັງຊ່ວຍລັດຖະບານໃນການສົ່ງເສີມການດຳເນີນທຸລະກິດທີ່ງ່າຍດາຍ ແລະ ເອື້ອອຳນວຍໃນປະເທດ,” ກ່າວໂດຍ ທ່ານ ນາງ ເມລິສ ຈູດ, ຫົວໜ້າທະນາຄານໂລກ ປະຈໍາ ສປປ ລາວ.

ຮູບລວມພະນັກງານ

ເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ ໄດ້ຮັບການສະໜັບສະໜູນໂດຍໂຄງການ LCT ທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ. ໂຄງການດັ່ງກ່າວ ມີຈຸດປະສົງເພື່ອຫຼຸດຜ່ອນອຸປະສັກ ທີ່ກີດຂວາງການຂະຫຍາຍຕົວຂອງພາກເອກະຊົນ ໂດຍຜ່ານການປັບປຸງສະພາບແວດລ້ອມດ້ານການດໍາເນີນທຸລະກິດ ແລະ ດ້ານລະບຽບການຕ່າງໆ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດ.